
ກັບຖິ່ນໄຕດຳ - lao entertainment lyrics
ກັບຄືນຫັນ ສູ່ບ້ານໄຕດຳ ຂອງເຮົາດີກວ່າ
ກັບຄືນມາ ຫັນໜ້າພີ່ນ້ອງ ຂອງເຮົາຊາວດິນ
ເຂົ້າໜຶ່ງຄຳ ນໍ້າໜຶ່ງຂັນ ເຮົາປັນກັນກິນ
ນໍ້າໃຈບໍ່ສິ້ນ ຈາກໝູ່ເຮົາ ເຜົ່າໄຕດຳ
ຢູ່ຖິ່ນໃດ ບໍ່ໄດ້ສຳຣານ ແມ້ນບ້ານເຮືອນເກົ່າ
ຫ່າງບ້ານເຮົາ ຫິວເຂົ້າທຸກມື້ ຕ້ອງຊື້ປະຈຳ
ກັບບ້ານເຮົາ ເຂົ້າມີກິນ ທົ່ວຖິ່ນໄຕດຳ
ຄິດວັນຍັງຄໍ່າ ສາວເຜົ່າໄຕດຳ ນ້ອງເຈົ້າຈາກຈອນ
ຫອມດອກມະລິ ຮ້ອຍເປັນມາໄລ ໃນກະຈາດ
ອ້າຍຄະນຶງ ຮອດນຸດຊະນາ ດວງສະໝອນ
ເຈົ້າເຄີຍໃຫ້ ມາໄລມະລິ ວາງແນບຄຽງໝອນ
ບັດນີ້ເຈົ້າຈອນ ຫ່າງກັນບໍ່ຫັນກັບມາ
ກັບຄືນຜັນ ສູ່ບ້ານໄຕດຳ ຂອງເຮົາມື້ນີ້
ດອກຈຳປີ ຜູ່ສາວເຄີຍໃຫ້ ບໍ່ໄດ້ໂຣຍຣາ
ຜ້າຫົ່ມນອນ ໝອນເຄີຍໜຸນ ອົບອຸ່ນໜັກໜາ
ຍັງມີຄຸນຄ່າ ອ້າຍຈຶ່ງກັບມາ ຕາຍຖິ່ນໄຕດຳ
ຫອມດອກມະລິ ຮ້ອຍເປັນມາໄລ ໃນກະຈາດ
ອ້າຍຄະນຶງ ຮອດນຸດຊະນາ ດວງສະໝອນ
ເຈົ້າເຄີຍໃຫ້ ມາໄລມະລິ ວາງແນບຄຽງໝອນ
ບັດນີ້ເຈົ້າຈອນ ຫ່າງກັນບໍ່ຫັນກັບມາ
ກັບຄືນຜັນ ສູ່ບ້ານໄຕດຳ ຂອງເຮົາມື້ນີ້
ດອກຈຳປີ ຜູ່ສາວເຄີຍໃຫ້ ບໍ່ໄດ້ໂຣຍຣາ
ຜ້າຫົ່ມນອນ ໝອນເຄີຍໜຸນ ອົບອຸ່ນໜັກໜາ
ຍັງມີຄຸນຄ່າ ອ້າຍຈຶ່ງກັບມາ ຕາຍຖິ່ນໄຕດຳ
Random Song Lyrics :
- i da hoćeš da se vratim - stefi lyrics
- warum rappst du? - made & san andreas lyrics
- wait here - dazegxd & quinn lyrics
- something new - rithz & r3verse lyrics
- きみよし (kimi yoshi) - ikd-sj lyrics
- i fucking hate existing - frander lyrics
- chopped 2 pieces - bonginator lyrics
- halt my heart - outside hire lyrics
- falsas esperanzas - luz gaggi lyrics
- drink - the bar stool preachers lyrics